ບົດຂ່າວໃນປີ 2017

ການຝຶກອົບຮົມກ່ຽວກັບ ລະບົບດາວທຽມ BeiDou ທີ່ ສປ ຈີນ

ໃນລະຫວ່າງວັນທີ 04-17 ທັນວາ 2017, ທາງ​ປະ​ເທດ ສປ ຈີນ ​ໄດ້​ຈັດງານສຳມະນາໃນຫົວຂໍ້ “ລະບົບສັນຍານ​ດາວ​ທຽມໄບດູ ສຳລັບ​ພະນັກງານ​ພາກ​ລັດ​​ໃນປະ​ເທດ​ທີ່​ກໍາລັງ​ພັດທະນາ”, ​ເຊິ່ງມີ​ຜູ້​ເຂົ້າ​ຮ່ວມທັງໝົດ ຈໍານວນ 13 ທ່ານ,​ ຈາກ​ປະ​ເທດ​ນາ​ມີ​ເບຍ 1 ທ່ານ, ​ເລ​ບາ​ນອນ 2 ທ່ານແລະ ຈາກ ສປປລາວ 10 ທ່ານ, ​​ເຊິ່ງທາງ ສປປລາວ ​ປະກອບ​ມີ​ຕົວ​ແທນ​ຈາກ​ບໍລິສັດ​ດາວ​ທຽມ​ລາວ, ບໍລິສັດອີ​ທີ​ແອວ,ຫ້ອງການ​ປົກຄອງ​ເມືອງ ​ແລະ ພະນັກງານ​ຈາກກະຊວງ ປທສ 3 ທ່ານ.
ອ່ານຕໍ່.....

ອີກຄັ້ງໜຶ່ງ ຄົນລາວໄດ້ຮັບລາງວັນ ໃນງານປະກວດການແຂ່ງຂັນ ໄອຊີທີອາຊຽນປະຈໍາປີ 2017 ຫຼື ASEAN ICT AWARD 2017

ການປະກວດການແຂ່ງຂັນໄອຊີທີອາຊຽນ ແມ່ນເວທີປະກວດຜະລິດຕະພັນທາງດ້ານໄອຊີທີລະດັບພາກພື້ນອາຊຽນ ຊຶ່ງໄດ້ລິເລີ່ມແຕ່ປີ 2012 ທີ່ປະເທດບຣຸໄນ ແລະກໍ່ໄດ້ສືບຕໍ່ຈັດຂື້ນທຸກໆປີ ພ້ອມກັບກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມລັດຖະມົນຕີອາຊຽນດ້ານໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຫຼື TELSOM/TELMIN ຊຶ່ງປີ 2017 ໄດ້ຈັດຂື້ນທີ່ເມືອງສຽມລຽບ ປະເທດກໍາປູເຈຍ
ອ່ານຕໍ່.....

ຮອງຫົວໜ້າກົມໄອຊີທີ ເຂົ້າຮ່ວມກອງປະຊຸມຄະນະກຳມະການປະສານງານການຄ້າທາງເອະເລັກໂຕຮນິິກຄັ້ງທີ່3

ອີງຕາມການເຊີນຂອງກະຊວງອຸດສະຫະກຳ ແລະ ການຄ້າປະເທດສິງໂປ MTI ( Ministry of Trade and Industry Singapore) ໄດ້ຈັດກອງປະຊຸມ (THE THIRD MEETING OF ASEAN COOREDINATING COMMITTEE ON E-COMMERCE) ໃນລະຫວ່າງວັນທີ 28-29 ກັນຍາ 2017 ທີ່ ປະເທດສິງກະໂປ, ຜູ້ເຂົ້າຮ່ວມຈາກ ສປປ ລາວ ປະກອບດ້ວຍ ທ່ານ ອານຸສອນ ອັກຄະວົງ, ຮອງຫົວໜ້າກົມເຕັກໂນໂລຊີການສື່ສານຂໍ້ມູນ-ຂ່າວສານ
ອ່ານຕໍ່.....

ທ່ານ ຫົວໜ້າກົມ ICT ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ການເຊື່ອມຈອດ ອາຊຽນ - ອິນເດຍ

ອີງຕາມໜັງສືເຊີນຈາກລັດຖະບານອິນເດຍ ໂດຍຜ່ານສະຖານທູດອິນເດຍ ປະຈຳ ສປປ ລາວ, ໃນລະຫວ່າງວັນທີ 11-12 ທັນວາ 2017 ຜ່ານມາ, ທ່ານ ປອ.ທະວີສັກ ມະໂນທັມ, ຫົວໜ້າກົມ ICT ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ການເຊື່ອມຈອດ ອາຊຽນ - ອິນເດຍ ທີ່ ເມືອງ ເດລີ, ປະເທດ ອິນເດຍ, ຊື່ງ ເປັນປະທານ ໂດຍ ທ່ານ Manoj Sinha, ລັດຖະມົນຕີ ກະຊວງ ສື່ສານອິນເດຍ
ອ່ານຕໍ່.....

ກອງ​ປະ​ຊຸມ ຜ່ານຮ່າງບົດ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ໃນກ​ານ​ສ້າງ​ຕັ້ງ​​ຕະຫຼາດ​​ໂທ​ລະ​ຄົມ​ມະ​ນາ​ຄົມ ​ແຫ່ງ​ດຽວຂອງອາ​ຊຽນ

ກອງ​ປະ​ຊຸມ ຜ່ານຮ່າງບົດ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ໃນກ​ານ​ສ້າງ​ຕັ້ງ​​ຕະຫຼາດ​​ໂທ​ລະ​ຄົມ​ມະ​ນາ​ຄົມ​ແຫ່ງ​ດຽວ ຂອງອາ​ຊຽນ ຫຼື ASEAN Telecommunication Single Market ແມ່ນກອງ​ປະຊຸມ ​ທີ່​ມີ​ການປຶກ​ສາ​ຫາ​ລືກັນ ​ເພື່ອ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ ກ່ຽວ​ກັບແຜນ​ແມ່​ບົດ ແລະ ແຜນກ​ານ​ສ້າງ​ຕັ້ງ​​ຕະຫຼາດ​​ໂທ​ລະ​ຄົມ​ມະ​ນາ​ຄົມ​ແຫ່ງ​ດຽວຂອງອາ​ຊຽນ ​ເຊິ່ງຕະຫຼາດ​ໂທ​ລະ​ຄົມມະນາຄົມ​ແຫ່ງ​ດຽວ​ຂອງ​ອາ​ຊຽນ ມີ​ເປົ້າໝາຍ​ໃນ​ການ​​ເປັນ​ຈຸດ​ສຸມ​ການພັດທະນາ​ຄວາມ​ອາດ​ສາມາດຮອບດ້ານ ​ດ້ານ​​ໂທລະ​ຄົມມະນາຄົມ (ນະ​ໂຍບາຍ, ລະບຽບ, ຄຸນ​ນະພາ​ບການ​ບໍລິການ, ລາຄາ, ຊັບພະຍ​ອນມະນຸດ​ດ້ານ​ໂທລະ​ຄົມ ​ແລະ ອື່ນໆ) ​ໃຫ້​ເປັນ​ສື່​ກາງ​ແຫ່ງ​ດຽວ ຢ່າງ​ພ້ອມພຽງ​ກັນ​ພາຍ​ໃຕ້​ປະຊາ​ຄົມອາ​ຊຽນ
ອ່ານຕໍ່.....

ຫົວໜ້າກົມ ICT ເຂົ້າຮ່ວມກອງປະຊຸມ Asia-Pacific Information Superhighway ທີ່ປະເທດບັງກະລາເທດ

ອີງຕາມການເຊື້ອເຊີນ ຂອງ ອົງການສະຫະປະຊາຊາດ ຄະນະກຳມະການເສດຖະກິດ-ສັງຄົມ ພາກພື້ນອາຊີ-ປາຊີຟິກ (UN-ESCAP), ໃນວັນທີ 01-03 ພະຈິກ 2017, ທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າກົມໄອຊີທີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເດີນທາງໄປຮ່ວມກອງປະຊຸມ
ອ່ານຕໍ່.....

ຫົວໜ້າກົມ ICT ເຂົ້າຮ່ວມກອງປະຊຸມ Broadband Connectivity ທີ່ປະເທດ Vanuatu

ອີງຕາມການເຊື້ອເຊີນ ຂອງ ອົງການສະຫະປະຊາຊາດ ເພື່ອປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ແລະ ປະເທດດ້ອຍພັດທະນາ ຂົງເຂດອາຊີ-ປາຊີຟິກ (Asia-Pacific Least Developed Countries, Landlocked Developing Countries and Small Island Developing States), ໃນວັນທີ 25-28 ຕຸລາ 2017,
ອ່ານຕໍ່.....

ກອງປະຊຸມ ສະຫຼຸບ ແລະ ມອບໃບກຽດຕິຄຸນ-ໃບຍ້ອງຍໍ ງານ Lao ICT Award 2017

ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຈັດກອງປະຊຸມ ສະຫຼຸບ ແລະ ມອບໃບກຽດຕິຄຸນ-ໃບຍ້ອງຍໍ ງານ Lao ICT Award 2017 ຂຶ້ນທີ່ຫ້ອງປະຊຸມສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານໃນວັນທີ 17 ຕຸລາ 2017 ໂດຍການເປັນປະທານ ຂອງທ່ານ ທະນົງເດືອນ ຕຸລິຫົງ ຮອງຫົວໜ້າກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ພ້ອມມີຜູ້ເຂົ້າຮ່ວມ ຈາກບັນດາກົມ, ກະຊວງ, ອົງການທຽບເທົ່າ, ບໍລິສັດທາງດ້ານໄອຊີທີ, ຫົວໜ່ວຍທຸລະກິດ ແລະ ສະຖາບັນການສຶກສາຕ່າງໆ.
ອ່ານຕໍ່.....

ປະຊຸມສຳມະນາ ວຽກງານຄຸ້ມຄອງບໍລິການ OTT ໃນ ສປປ ລາວ

ໃນຕອນເຊົ້າຂອງວັນທີ 22 ມີຖຸນາ 2017 ນີ້, ທີ່ສະຖາບັນ ICT, ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຮ່ວມກັບ ສະຫະພາບໂທລະຄົມມະນາຄົມສາກົນ (International Telcommunication Union : ຫຼືເອີ້ນວ່າ ອົງການ ITU) ຈັດກອງປະຊຸມສຳມະນາ ວຽກງານຄຸ້ມຄອງບໍລິການ Over-The-Top ຫຼື OTT
ອ່ານຕໍ່.....

ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈັດກິດຈະກໍາ ການເຜີຍແຜ່ຄວາມຮູ້ ດ້ານໄອຊີທີ ໃຫ້ນັກສຶກສາ

ໃນຕອນບ່າຍ ຂອງວັນທີ 17 ພຶດສະພາ 2017 ນີ້, ທີ່ ສະຖາບັນ ICT, ກົມເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ, ກະຊວງ ປທສ ໄດ້ຮ່ວມກັບ ລັດວິສາຫະກິດ ລາວໂທລະຄົມ ຈັດງານ ກິດຈະກຳເຜີຍແຜ່ຄວາມຮູ້ ດ້ານໄອຊີທີ ທີ່ ສະຖາບັນ ICT ໂດຍການເປັນປະທານຂອງ ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າກົມ ເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ, ກະຊວງ ປທສ, ທ່ານ ບັນຈົງ ເພັດສີແດງ ຜູ້ອຳນວຍການ ສະຖາບັນ ICT, ແລະ ທ່ານ ສຸພອນ ປັນຍາດາ, ຫົວໜ້າ ຝ່າຍສະໜັບສະໜູນ ນະຄອນຫຼວງ, ລັດວິສາຫະກິດ ລາວໂທລະຄົມ.
ອ່ານຕໍ່.....

ພິທີຖະແຫຼງຂ່າວ ການຈັດງານປະກວດ Lao ICT Award 2017

ພິທີຖະແຫຼງຂ່າວ ການຈັດງານປະກວດ Lao ICT Award 2017 ໃນຕອນເຊົ້າ ຂອງວັນທີ 14 ມີນາ 2017 ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ກະຊວງ ປທສ) ໄດ້ຈັດພິທີຖະແຫຼງຂ່າວ ການຈັດງານປະກວດ Lao ICT Award 2017 ຂຶ້ນ ທີ່ ຫ້ອງປະຊຸມຊັ້ນ 1, ສະຖາບັນ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.
ອ່ານຕໍ່.....

ງານວາງສະແດງ Lao ICT EXPO 2016.

ໃນຕອນບ່າຍຂອງວັນທີ່ 15 ທັນວາ 2016, ເວລາ 15:30 ໂມງ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດພິທີເປີດງານວາງສະແດງ Lao ICT Expo 2016 ຂຶ້ນ, ທີ່ຫໍປະຊຸມແຫ່ງຊາດ (ຫຼັກ 06) ຊຶ່ງງານວາງສະແດງໄດ້ດໍາເນີນເປັນເວລາ 5 ວັນ, ລະຫວ່າງວັນທີ 14-18 ທັນວາ 2016.
ອ່ານຕໍ່.....

ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍເຕັກໂນໂລຊີການສື່ສານຂໍ້ມມູນ-ຂ່າວສານ

ຂປລ. ມື້​ທີ 11 ຂອງ​ການ​ດຳ​ເນີນ ກອງ​ປະຊຸມ​ສະ​ໄໝສາມັນ ເທື່ອ​ທີ 2 ຂອງ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ VIII, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ທຸກ​ເຂດ​ເລືອກ​ຕັ້ງ ໄດ້​ສຸມ​ໃສ່​ປະກອບ​ ຄຳ​ຄິດ​ຄຳ​ເຫັນ ໃສ່​ຮ່າງ​ກົດໝາຍ ວ່າ​ດ້ວຍ​ເຕັກ​ໂນ​ໂລ​ຊີ, ການ​ສື່ສານ ​ແລະ ຂໍ້​ມູນ-​ຂ່າວສານ ​​ເຊິ່ງສະ​ເໜີ​ໂດຍ ​ທ່ານ ທັນ​ສະໄໝ ກົມມະ​ສິດ ລັດຖະມົນຕີ ກະຊວງ​ໄປສະນີ​ ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ, ມີ​ທັງໝົດ 12 ພາກ, 7 ໝວດ ​ແລະ 71 ມາດຕາ ເພື່ອ​​ໃຫ້​ມີ​ເນື້ອ​ໃນ​ຈະ​ແຈ້ງ, ຄົບ​ຖ້ວນ, ຮັດກຸມ ​ແລະ ນຳ​ໃຊ້​ໄດ້​ຢ່າງ​ມີ​ປະສິດ ທິ​ຜົນ. ອ່ານຕໍ່.....

ກອງປະຊຸມເປີດກວ້າງຜ່ານຮ່າງດໍາລັດ ວ່າດ້ວຍສູນຂໍ້ມູນຂ່າວສານ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດກອງປະຊຸມເປີດກວ້າງເນື້ອໃນວິຊາການກ່ຽວກັບ ຮ່າງດໍາລັດວ່າດ້ວຍສູນຂໍ້ມູນຂ່າວສານ ຂື້ນໃນວັນທີ 13 ກໍລະກົດ 2016 ທີ່ສະຖາບັນ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທອງໃສ ຊານໄຊຍະ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ອ່ານຕໍ່.....

ສຳມະນາວຽກງານກ່ຽວກັບການພັດທະນາ ແລະ ສົ່ງເສີມການນຳໃຊ້ອິນເຕີເນັດ ( China-ASEAN Workshop on Internet and Manufacturing Industry Convergence ).ໂດຍ ທ່ານ ສົມພອນ ເສນາວົງ

ໃນລະຫວ່າງວັນທີ 27-31 ສິງຫາ 2017 ທີເມືອງເຊິງຕູ, ປະເທດ ສປ ຈີນ. ວິຊາການກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໄດ້ເຂົ້າຮ່ວມງານສຳມະນາ ໃນຫົວຂໍ້: ການພັດທະນາ ແລະ ສົ່ງເສີມການນຳໃຊ້ອິນເຕີເນັດ ( China-ASEAN Workshop on Internet and Manufacturing Industry Convergence ) ໂດຍຈັດຂື້ນທີ່ ສປ ຈີນ, ໂດຍໄດ້ຮັບທືນສະໜັບສະໜູນ ຈາກລັດຖະບານຂອງ ສ ປ ຈີນ ທັງໝົດ. ມີຊ່ຽວຊານຈາກບັນ ດາຂະແໜງການໂທລະຄົມມະນາຄົມ ຂອງພາກລັດ, ມະຫາວິທະຍາໄລ ແລະ ບັນດາບໍລິສັດໂທລະຄົມມະນາຄົມ
ອ່ານຕໍ່.....

ພິທີຖະແຫຼງຂ່າວ ASEAN ICT AWARD 2016.

ໃນຕອນສວາຍ ຂອງວັນທີ 11 ພຶດສະພາ 2016 ນີ້ ກົມເຕັກໂນໂລຊີຂໍ້ມູນ ຂ່າວສານ ໄດ້ຈັດພິທີຖະແຫຼງຂ່າວ ການແຂ່ງຂັນ ແລະ ຄັດເລືອກ ຜະລິດຕະພັນ ໄອຊີທີ ເຂົ້າປະກວດໃນໂຄງການ ASEAN ICT AWARDS 2016 (AICTA 2016) ຂຶ້ນ ທີ່ສະຖາບັນ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ. ໂດຍການເປັນປະທານ ຂອງ ທ່ານ ທະນົງເດືອນ ຕຸລິຫົງ, ຮອງຫົວໜ້າກົມເຕັກໂນໂລຊີຂໍ້ມູນ ຂ່າວສານ, ກະຊວງ ປທສ. ອ່ານຕໍ່.....

ຍ່າງເພື່ອສຸຂະພາບ ໃນງານສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພາບໂທລະຄົມມະນາຄົມສາກົນ ຄົບຮອບ 150 ປີ.

ໃນຕອນເຊົ້າ ຂອງວັນທີ 16 ພຶດສະພານີ້ ທີ່ ປະຕູໄຊ, ກະຊວງໄປສະນີ, ໂທລະຄົມ ມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ສະເຫຼີມ ສະຫຼອງ ວັນສ້າງຕັ້ງ ສະຫະພາບໂທລະຄົມມະນາຄົມສາກົນ ຄົບຮອບ 150 ປີ (17/ 5/1865-​16/5/2015) ຫຼື ວັນໂທລະຄົມມະນາຄົມສາກົນ ແລະ ວັນສັງຄົມຂໍ້ມູນ ຂ່າວສານໂລກ. ອ່ານຕໍ່.....

ພິທີເປີດໂຄງການ Tech Institute Season II.


ໃນວັນທີ 26 ກັນຍາ 2014 ທີ່ ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ. ຕາງໜ້າກົມເຕັກໂນໂລຊີຂໍ້ມູນ ຂ່າວສານ ໄດ້ເຂົ້າຮ່ວມງານ ພິທີເປີດໂຄງການ Tech Institute season II 2014 by SAMSUNG. ໂຄງການດັ່ງກ່າວ ເປັນການ ຮ່ວມມືລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ຂອງປະເທດລາວ ກັບ ບໍລິສັດໄທ ຊຳຊຸງອີເລັກໂຕຼນິກ. ເຂົ້າຮ່ວມພິທີ ມີ ທ່ານ ສ.ຈ ດ.ຣ ບົວລິນ ສ້ອຍສຸວັນ ຄະນະບໍດີ ຄະນະວິສະວະກຳສາດ ມະຫາວິທະຍາໄລ ອ່ານຕໍ່.....

    <<< ກັບຄືນ
.